image-title

ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍຄະນະ

ລົງພົບປະໂອ້ລົມພະນັກງານຫຼັກແຫຼ່ງ ຫ້ອງການມໍລະດົກໂລກ ຫຼວງພະບາງ ແລະ ພະແນກຖະແຫຼງຂ່າວ,ວັດທະນະທະທຳ ແລະ ທ່ອງທ່ຽວແຂວງຫຼວງພະບາງ

ຕອນບ່າຍຂອງວັນທີ່ 9 ກັນຍາ 2020 ນີ້, ຢູ່ໂຮງລະຄອນພະລັກພະລາມ(ຫ້ອງປະຊຸມພູສີ), ທ່ານ ສ.ຈ ປອ ກິແກ້ວ ໄຂຄໍາພິທູນ ເລຂາທິການສູນກາງພັກ ລັດຖະມົນຕີ ກະຊວງຖະແຫຼງຂ່າວດວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍຄະນະ ໄດ້ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ພະນັກງານລັດຖະກອນ ຂອງຫ້ອງການມໍລະດົກໂລກ ແລະ ພະແນກພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງຫຼວງພະບາງ.

ເນື່ອງໃນໂອການດັ່ງກ່າວ, ທ່ານ ປອ ສຸດາພອນ ຄົມທະວົງ ຫົວ ໜ້າພະແນກພະແນກຖະແຫຼງຂ່າວ ວັດ ທະນະທຳ ແລະ ທ່ອງທ່ຽວແຂວງ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານ ຖວທ ແຂວງ, ຫຼັງຈາກນັ້ນ ທ່ານ ສະເຫວີຍ ສີລາວັນ ກໍ່ໄດ້ຂຶ້້ນລາຍງານສະພາບການປະຕິບັດວຽກງານ ການປົກປັກຮັກສາມໍລະດົກໂລກ ຫຼວງພະບາງໃນໄລຍະຜ່ານ

ໃນພິທີ ທ່ານ ລັດຖະມົມຕີ ຖວທ ໄດ້ມີຄໍາເຫັນໂອ້ລົມເພື່ອເປັນທິດຊີ້ນຳເຮັດໃຫ້ການຈັດຕັ້ງປະຕິບັດວຽກ ງານຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວຂອງແຂວງຫຼວງພະບາງ  ແລະ ວຽກງານຄຸ້ມຄອງຄອງມໍລະດົກໂລກຫຼວງພະບາງ, ທ່ານໄດ້ສະແດງຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ພ້ອມທັງກ່າວຍ້ອງຍໍຊົມເຊີຍຜົນງານການຊີ້ນຳຂອງຄະນະພັກ, ຄະນະພະແນກ ຖວທ ແຂວງຫຼວງພະບາງ ແລະ ຫ້ອງການມໍລະດົກໂລກ ຍາດມາໄດ້, ພ້ອມນີ້ທ່ານໄດ້ເນັ້ນໃຫ້ສືບຕໍ່ເອົາໃຈໃສ່ເພີ່ມຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກ ງານແຕ່ລະດ້ານໃນໄລຍະທີ່ມີຄວາມສຳຄັນ, ສືບຕໍ່ສືກສາອົບຮົມດ້ານການເມືອງແນວຄິດໃຫ້ສະມາ ຊິກພັກ ພະນັກງານໃຫ້ເລິກເຊິ່ງຖິງຖອງ ແລະ ເພີ້ມ ທະວີຄວາມສາມັກໃຫ້ໜັກແໜ້ນ, ການປະຕິວຽກງານຕ້ອງມີແບບແຜນ ແລະ ປະຕິບັດຕາມຫຼັກການ ໂດຍສະ ເພາະແມ່ນສະມາຊິກພັກ ຕ້ອງເປັນເຈົ້າການໃນການປະຕິບັດວຽກງານທີ່ຕົນຮັບຜິດຊອບໃຫ້ສຳເລັດແລະ  ສຶບຕໍ່ຮັກສາສິ່ງທີ່ເປັນມໍລະດົກໂລກໃຫ້ຍືນຍົງຕະຫຼອດໄປ ພິທີໄດ້ດຳເນີນໄປຮອດເວລາ 17 ໂມງ 00 ນາທີກໍ່ສິ້ນສຸດລົງ.

ຮູບພາບລວມ ທ່ານ ລັດຖະມົມຕີ ຖະແຫຼງຂ່າວ,ວັດທະນະທະທຳ ແລະ ທ່ອງທ່ຽວແຂວງຫຼວງພະບາງ

ໃຫ້ກຽດຖ່າຍພາບນໍາພະນັກງານຫຼັກແຫຼ່ງ ຫ້ອງການມໍລະດົກໂລກ ຫຼວງພະບາງ ແລະ ພະແນກ ຖວທ ແຂວງຫຼວງພະບາງ

sisomphone

sisomphone has blogged 40 posts

Luang Prabang World Heritage Office