ຂະແໜງ ຄຸ້ມຄອງການປຸກສ້າງ ແລະ ສ້ອມແປງ
  1. ໃຫ້​ຄຳ​ແນະນຳ, ປຶກສາຕໍ່​ບັນດາ​ໂຄງການ ຫຼືກິດຈະກາ​ນກໍ່​ສ້າງ, ປະຕິສັງຂອນ ​ແລະ ສ້ອມ​ແປງ ​ໃຫ້​ຖືກຕ້ອງ​ຕາມກົດລະບຽບທີ່ໄດ້ກຳນົດໄວ້;
  2. ກວດກາ​ແຜນ​​ຜັງ​, ແບບໂຄງ​ການ​ກໍ່ສ້າ​ງ, ປະຕິສັງຂອນ ​ແລະ ສ້ອມ​ແປງ​ເຄຫາ​ສະຖານ, ກິດຈະກຳ​ພື້ນຖານ​ໂຄງລ່າງ​ຕ່າງໆ ທີ່ຕັ້ງ​ຢູ່​ໃນ​ພື້ນ​ທີ່ ​ເຂດ​ອານຸລັກ​ມໍລະດົກໂລກ ແລະ ເຂດອ້ອມຮອບ;
  3. ຈັດກອງປະຊຸມ ຄົ້ນຄວ້າບັນດາໂຄງການ, ປະກອບຄຳຄິດຄຳເຫັນ, ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຊຸກຍູ້ວຽກງານຄຸ້ມຄອງການປຸກສ້າງ ແລະ ສ້ອມແປງໃຫ້ເປັນໄປຕາມລະບຽບຫຼັກການ;
  4. ລົງ​ຕິດຕາມ ກວດກາ​ການ​ກໍ່ສ້າງ, ປະຕິສັງຂອນ ​ແລະ ສ້ອມ​ແປງ​ກິດ​ຈະ​ກຳ​ຕ່າງໆໃຫ້ຖືກຕ້ອງຕາມແບບທີ່ໄດ້ຮັບອະນຸຍາດ ພ້ອມທັງແກ້ໄຂປະກົດການລະເມີດຕ່າງໆ;
  5. ​ສົ່ງ​ເສີມ ຊ່ວຍ​ເຫຼືອ​ຍົກ​ລະ​ດັບ​ວິຊາ​ການ​ໃຫ້​ແກ່​ພາກສ່ວນ​ຕ່າງໆ ​ເພື່ອ​ຮັບ​ຮູ້​​ ​ແລະ ​ເຂົ້າໃຈ ກ່ຽວ​ກັບ​ວຽກ​ງານ​ກໍ່​ສ້າ​ງ, ສ້ອມ​ແປງ, ອານຸລັກ, ບູລະນະ​ປະຕິສັງຂອນ ​ເພື່ອ​ໃຫ້​ມັນ​ຖືກຕ້ອງຕາມ​ວິທີ​ກາ​ນປົກ​ປັກ​ຮັກສາ ​ແລ​ະ ອານຸລັກ​ມໍລະດົກໂລກ;
  6. ສ້າງ, ຄຸ້ມຄອງ, ສົ່ງເສີມ ແລະ ພັດທະນາ, ບໍລິການຂໍ້ມູນຂ່າວສານ ແລະ ປັບປຸງຖານຂໍ້ມູນ ມໍລະດົກໂລກ;
  7. ເກັບກຳ, ວິໄຈຂໍ້ມູນດ້ານຕ່າງໆ ເພື່ອສ້າງເປັນສະຖິຕິ ດ້ານເຕັກໂນໂລຊີ ດ້ວຍລະບົບ GIS (ການປ່ຽນແປງຂອງຕົວເມືອງ, ໜອງ, ອາຄານ…..);

  1. ທ່ານ ສຸວະລິດ ພົມປະດິດ ຫົວໜ້າຂະແໜງຄຸ້ມຄອງການປຸກສ້າງ ແລະ ສ້ອມແປງ ຊີ້ນໍາລວມ
  2. ທ່ານ ສີສົມພອນ ໄຊສະຫວັດ ຮອງຫົວໜ້າຂະແໜງຄຸ້ມຄອງການປຸກສ້າງ ແລະ ສ້ອມແປງ ຊີ້ນໍາວຽກງານຂໍ້ມູນຂ່າວສານ ICT
  3. ທ່ານ ວິລະບັນຊາ ໂສມມະລັດ ວິຊາການ, ຮັບຜິດຊອບວຽກງານ ກວດກາການປຸກສ້າງ
  4. ທ່ານ ບຸນເຮືອງ ດາວັນ ວິຊາການ, ຮັບຜິດຊອບວຽກງານຄົ້ນຄວ້າເອກະສານການອານຸຍາດປຸ້ກສ້າງ ແລະ ສ້ອມແປງ
  5. ທ່ານ ພັນທອງ ແສງນາລີ ວິຊາການ, ຮັບຜິດຊອບວຽກງານໃນການ ອອກແບບ, ສ້າງ ແລະ ປັບປຸງບັນດາສິ່ງໂຄສະນາຂອງຫ້ອງການ.
  6. ທ່ານ ແສງເພັດ ຄຸດທ້າວ ວິຊາການ, ຈັດຕັ້ງ, ຮັບຜິດຊອບວຽກງານ ຄຸ້ມຄອງລະບົບອີເລັກໂຕນິກ, ລະບົບຖານຂໍ້ມູນ-ຂ່າວສານ ແລະ ເຄືອຂ່າຍອິນເຕີເນັດພາຍໃນຫ້ອງການ.

ຂັ້ນຕອນຂໍອານຸຍາດປຸກສ້າງ ສ້ອມແປງ ຢູ່ໃນເຂດອານຸລັກ ແລະ ເຂດປ້ອງກັນ

ຂອງຫ້ອງການມໍລະດົກໂລກຫຼວງພະບາງ

ທ່ານ ສາມາດດາວໂຫຼດຟອມໃນການຂໍອານຸຍາດການປຸກສ້າງແລະສ້ອມແປງໃນຂອບເຂດມໍລະດົກໂລກ, ເຊິ່ງແບບຟອມປະກອບມີ 02 ປະເພດ

The proposal form there’re two forms. Please download as below :

ຫ້ອງການມໍລະດົກໂລກຫຼວງພະບາງ. @ ຂະແໜງຄຸ້ມຄອງການປຸກສ້າງ ແລະ ສ້ອມແປງ

Luang Prabang World Heritage Office