ໃນຕອນແລງຂອງວັນທີ່ 16 ທັນວາ (12) ປີ 2019 ເວລາ 14 ໂມງ 00 ນາທີ ທີ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການປົກຄອງແຂວງ ຫຼວງພະບາງ ໄດ້ຈັດພິທີ ປາຖະກະຖາ ສະເຫຼີມສະຫຼອງ ຫຼວງພະບາງເຂົ້າເປັນມໍລະດົກໂລກ ຄົບຮອບ 24 ປີ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດກຳມະການກົມການເມືອງສູນກາງພັກ, ອາດີດຮອງນາຍົກລັດຖະມົນຕີ, ອາດີດປະທານຄະນະກຳມະການ ລະດັບຊາດ ເພື່ອມໍລະດົກໂລກ ໃຫ້ກຽດເຂົ້າຮ່ວມໃນພິທີ ມີ ພະນະທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດກໍາມະການກົມການເມືອງສູນກາງພັກ, ອາດີດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີ ທ່ານ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຫຼວງພະບາງ, ມີບັນດາທ່ານຮອງເລຂາພັກແຂວງ, ຮອງເຈົ້າແຂວງ, ຄະນະປະຈຳພັກແຂວງ, ກໍາມະການພັກແຂວງ, ທ່ານເຈົ້ານະຄອນຫຼວງພະບາງ, ບັນດາທ່ານເຈົ້າເມືອງອ້ອມຂ້າງ, ບັນດາ​ທ່ານຫົວໜ້າ-ຮອງຫົວໜ້າ​ພະແນກການ, ອົງການທຽບເທົ່າ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕ່ຳຫຼວດ, ສະຖາບັນການສຶກສາ ແລະ ລັດວິສາຫະກິດ, ບັນດາສະມາຄົມຕ່າງໆ ຕະຫຼອດຮອດອຳນາດການປົກຄອງບ້ານ ພາຍໃນເຂດມໍລະດົກ ແລະ ເຂດອ້ອມຮອບ ກໍ່​ໄດ້​ໃຫ້​ກຽດ​ເຂົ້າ​ຮ່ວມ ກໍ່​ໄດ້​ໃຫ້​ກຽດ​ເຂົ້າ​ຮ່ວມຢ່າງພ້ອມພຽງ.

ຈຸດປະສົງໃນການຈັດໂຮມຊຸມນຸມມິດຕິ່ງໃນຄັງນີ້ ແມ່ນເພື່ອ:

ສະເຫຼີມສະຫຼອງ ຫຼວງພະບາງ ເຂົ້າເປັນເມືອງມໍລະດົກໂລກ ຄົບຮອບ 24 ປີ ( 09 ທັນວາ 1995 ຫາ 09 ທັນວາ 2019) ແລະ ພິທີປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ແກ່ ພະນະທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດກຳມະການກົມການເມືອງສູນກາງພັກ, ອາດີດຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ອາດີດປະທານຄະນະກຳມະການ ລະດັບຊາດ ເພື່ອມໍລະດົກໂລກໃນພິທີ ໄດ້ຮັບຟັງການໂອ້ລົມຈາກ ທ່ານ ປະທານ ກ່ຽວກັບຜົນສໍາເລັດຂອງການປົກປັກຮັກສາມໍລະດົກໂລກຕະຫຼອດ 24 ປີທີ່ພວກເຮົາຍາດມາໄດ້ນັ້ນ ສຸດທີ່ມີກຽດສະຫງ່າງາມ ມີຄວາມໝາຍຄວາມສໍາຄັນ ທາງປະຫວັດ ເປັນຜົນປະໂຫຍດອັນໃຫຍ່ຫຼວງແກ່ປະເທດຊາດ ແລະ ປະຊາຊົນຊາວຫຼວງພະບາງ; ຜົນງານອັນພົ້ນເດັ່ນທີ່ຍາດມາມາໄດ້ປະກອບມີ: ຜົນໄດ້ຮັບທາງດ້ານເສດຖະກິດ, ຜົນໄດ້ຮັບທາງດ້ານການເມືອງ, ຜົນໄດ້ຮັບທາງດ້ານການອະນຸລັກວັດທະນະທຳ, ຜົນໄດ້ຮັບທາງດ້ານການຮ່ວມມືສາກົນ. ຫຼັງຈາກນັ້ນ ທ່ານ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຫຼວງພະບາງ ກໍ່ໄດ້ຂຶ້ນ ປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ພະນະທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດກຳມະການກົມການເມືອງສູນກາງພັກ, ອາດີດຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ເຊິ່ງມີບັນຍາກາດອັນຝົດຝື້ນມ່ວນຊື່ນ ແລະ ຄວາມປິຕິຍິນດີຂອງປວງຊົນຊາວຫຼວງພະບາງ.

ໃນຕອນທ້າຍຂອງພິທີ ທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດກຳມະການກົມການເມືອງສູນກາງພັກ, ອາດີດຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ສະແດງຄວາມຂອບໃຈ, ຮູ້ບຸນຄຸນອັນລົ້ນເຫຼືອມາຍັງສູນກາງພັກ, ລັດຖະບານ, ອົງການຈັດຕັ້ງສາກົນຕະຫຼອດຮອດຄະນະພັກ, ອໍານາດການປົກຄອງທຸກຂັ້ນ, ປະຊາຊົນບັນດາເຜົ່າຊາວນະຄອນຫຼວງພະບາງທຸກຖ້ວນຫນ້າທີ່ໄດ້ທຸ້ມເທສະຕິປັນຍາ, ເຫື່ອແຮງ, ຊັບສົມບັດເຂົ້າໃນການປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກໂລກຫຼວງພະບາງໄດ້ຍືນຍົງຄົງຕົວຕະຫຼອດມາ; ກອງປະຊຸມໄດ້ດຳເນີນໄປຮອດເວລາ 15ໂມງ 30 ນາທີ ກໍ່ສິ້ນສຸດລົງ.

Read More
Luang Prabang World Heritage Office