image-title

ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍຄະນະ

ລົງພົບປະໂອ້ລົມພະນັກງານຫຼັກແຫຼ່ງ ຫ້ອງການມໍລະດົກໂລກ ຫຼວງພະບາງ ແລະ ພະແນກຖະແຫຼງຂ່າວ,ວັດທະນະທະທຳ ແລະ ທ່ອງທ່ຽວແຂວງຫຼວງພະບາງ

ຕອນບ່າຍຂອງວັນທີ່ 9 ກັນຍາ 2020 ນີ້, ຢູ່ໂຮງລະຄອນພະລັກພະລາມ(ຫ້ອງປະຊຸມພູສີ), ທ່ານ ສ.ຈ ປອ ກິແກ້ວ ໄຂຄໍາພິທູນ ເລຂາທິການສູນກາງພັກ ລັດຖະມົນຕີ ກະຊວງຖະແຫຼງຂ່າວດວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍຄະນະ ໄດ້ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ພະນັກງານລັດຖະກອນ ຂອງຫ້ອງການມໍລະດົກໂລກ ແລະ ພະແນກພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງຫຼວງພະບາງ.

ເນື່ອງໃນໂອການດັ່ງກ່າວ, ທ່ານ ປອ ສຸດາພອນ ຄົມທະວົງ ຫົວ ໜ້າພະແນກພະແນກຖະແຫຼງຂ່າວ ວັດ ທະນະທຳ ແລະ ທ່ອງທ່ຽວແຂວງ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານ ຖວທ ແຂວງ, ຫຼັງຈາກນັ້ນ ທ່ານ ສະເຫວີຍ ສີລາວັນ ກໍ່ໄດ້ຂຶ້້ນລາຍງານສະພາບການປະຕິບັດວຽກງານ ການປົກປັກຮັກສາມໍລະດົກໂລກ ຫຼວງພະບາງໃນໄລຍະຜ່ານ

ໃນພິທີ ທ່ານ ລັດຖະມົມຕີ ຖວທ ໄດ້ມີຄໍາເຫັນໂອ້ລົມເພື່ອເປັນທິດຊີ້ນຳເຮັດໃຫ້ການຈັດຕັ້ງປະຕິບັດວຽກ ງານຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວຂອງແຂວງຫຼວງພະບາງ  ແລະ ວຽກງານຄຸ້ມຄອງຄອງມໍລະດົກໂລກຫຼວງພະບາງ, ທ່ານໄດ້ສະແດງຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ພ້ອມທັງກ່າວຍ້ອງຍໍຊົມເຊີຍຜົນງານການຊີ້ນຳຂອງຄະນະພັກ, ຄະນະພະແນກ ຖວທ ແຂວງຫຼວງພະບາງ ແລະ ຫ້ອງການມໍລະດົກໂລກ ຍາດມາໄດ້, ພ້ອມນີ້ທ່ານໄດ້ເນັ້ນໃຫ້ສືບຕໍ່ເອົາໃຈໃສ່ເພີ່ມຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກ ງານແຕ່ລະດ້ານໃນໄລຍະທີ່ມີຄວາມສຳຄັນ, ສືບຕໍ່ສືກສາອົບຮົມດ້ານການເມືອງແນວຄິດໃຫ້ສະມາ ຊິກພັກ ພະນັກງານໃຫ້ເລິກເຊິ່ງຖິງຖອງ ແລະ ເພີ້ມ ທະວີຄວາມສາມັກໃຫ້ໜັກແໜ້ນ, ການປະຕິວຽກງານຕ້ອງມີແບບແຜນ ແລະ ປະຕິບັດຕາມຫຼັກການ ໂດຍສະ ເພາະແມ່ນສະມາຊິກພັກ ຕ້ອງເປັນເຈົ້າການໃນການປະຕິບັດວຽກງານທີ່ຕົນຮັບຜິດຊອບໃຫ້ສຳເລັດແລະ  ສຶບຕໍ່ຮັກສາສິ່ງທີ່ເປັນມໍລະດົກໂລກໃຫ້ຍືນຍົງຕະຫຼອດໄປ ພິທີໄດ້ດຳເນີນໄປຮອດເວລາ 17 ໂມງ 00 ນາທີກໍ່ສິ້ນສຸດລົງ.

ຮູບພາບລວມ ທ່ານ ລັດຖະມົມຕີ ຖະແຫຼງຂ່າວ,ວັດທະນະທະທຳ ແລະ ທ່ອງທ່ຽວແຂວງຫຼວງພະບາງ

ໃຫ້ກຽດຖ່າຍພາບນໍາພະນັກງານຫຼັກແຫຼ່ງ ຫ້ອງການມໍລະດົກໂລກ ຫຼວງພະບາງ ແລະ ພະແນກ ຖວທ ແຂວງຫຼວງພະບາງ

Read More
image-title

ງານແຂ່ງຂັນຊ່ວງເຮືອປະຈໍາປີ ພ.ສ 2563 ທີ່ແມ່ນໍ້າຄານ, ນະຄອນຫລວງພະບາງ ເມືອງມໍລະດົກໂລກ

ໃນວັນທ 18 ສິງຫາ 2020    ໄດ້ຈັດງານຊ່ວງເຮືອ ເພື່ອຄອບສາຍນໍ້າ ແລະສະຖານທີ່ສັກສິດ ໃນໂອກາດບຸນຫໍ່ເຂົ້າປະດັບດີນ ປະຈຳປີ ພສ 2563 ຮັບປະກັນບໍ່ໃຫ້ມີການລະບາດ ຂອງພະຍາດໂຄວິດ-19

ທຸກໆປີ ພໍຮອດມື້ແຮມ 14 ຄໍ່າເດືອນ 9 ທີ່ຊາວຫຼວງພະບາງ ເມືອງມໍລະດົກໂລກ ໄດ້ພພ້ອມກັນເຮັດບຸນໃສ່ບາດ ທັງຈັດໃຫ້ມີການຊ່ວງເຮືອປະເພນີ ເນື່ອງໃນໂອກາດບຸນຫໍ່ເຂົ້າປະດັບດີນ, ອັນເປັນປາງບຸນໜື່ງ ທີ່ໄດ້ ສືບທອດກັນມາແຕ່ດືກດຳບັນ ແລະຍັງຄົງຮັກສາໄດ້ ຮີດຄອງປະເພນີ ທີ່ເປັນເອກະລັກອັນດັ່ງເດີມ ສະເພາະປີນີ້ ຍ້ອນສະພາບການລະບາດ ຂອງພະຍາດໂຄວິດ 19 ອົງການປົກຄອງນະຄອນ ຫຼວງພະບາງ ຈື່ງຈັດໃຫ້ມີການປະກອບພິທີທາງສາສະໜາ ຕາມຮີດຄອງປະເພນີດັ່ງເດີີມ, ໄດ້ຈັດແບບກະທັດຮັດ ໂດຍອານຸຍາດໃຫ້ ເຮືອຊ່ວງເຂົ້າຮ່ວມຊ່ວງທັງໝົດ 4 ລຳ (ບ້ານຫາດຮ່ຽນ 1 ລຳ, ບ້ານຊຽງທອງ-ຄີລີ 1 ລຳ, ວັດໃໝ່ສຸວັນນະພູູມມະຣາມ 1 ລຳ ແລະ ບ້ານສັງຄະໂລກ 1 ລຳ), ໃນນັ້ນເລີ້ມຈາກ ເຮືອນາງດຳນາງດ່ອນ ອັນເປັນເຮືອຕາມຮີດຄອງປະເພນີ ຂອງຊາວຫຼວງພະບາງ ແລະ ເຮຶອອື່ນໆຈຶ່ງຄອຍຊ່ວງກັນຕາມລໍາດັບ.

The annual event, known as Souang Heua in Lao, is a festival where crowds gather along the banks of the Namkhan River to cheer on long boats filled with 15 paddlers (special year) competitively race one another.

 

This festival is and ideal time to visit Luang Prabang as it approaches its 25th Anniversary of its UNESCO World Heritage status (9/12/1995-9/12/2020).

Read More
image-title
           ກອງປະຊຸມ ປຶກສາຫາລືກ່ຽວກັບການປະເມີນຜົນກະທົບຕໍ່ມໍລະດົກໂລກ ຫຼວງພະບາງ ຂອງໂຄງການກໍ່ສ້າງເຂື່ອນໄຟຟ້າແມ່ນໍ້າຂອງ ບ້ານຫ້ວຍຢໍ້ ເມືອງຈອມເພັດ ແຂວງຫຼວງພະບາງ.
The consultation meeting about the Heritage Impact Assessment (HIA) of the Mekong Hydropower Dam Project for Luang Prabang World Heritage Site. Date: 5 August 2020
ໃນຕອນເຊົ້າ, ເວລາ: 8:30 ນາທີ ຂອງວັນທີ 05 ສິງຫາ 2020 ທີ່ຫ້ອງປະຊຸມ ຫ້ອງການມໍລະດົກໂລກ ຫຼວງພະບາງ ໄດ້ຈັດກອງປະຊຸມ ປຶກສາຫາລືກ່ຽວກັບກ່ຽວກັບຄໍາທັກທ້ວງຂອງສູນມໍລະດົກໂລກ ຕໍ່ກັບການປົກປັກຮັກສາມໍລະດົກໂລກ ຫຼວງພະບາງ ໂດຍສະເພາະແມ່ນ ໂຄງການກໍ່ສ້າງເຂື່ອນໄຟຟ້າແມ່ນໍ້າຂອງທີ່ບ້ານ ຫ້ວຍຢໍ້ ເມືອງຈອມເພັດ ແຂວງຫຼວງພະບາງ, ພາຍໃຕ້ການເປັນປະທານຂອງ ທ່ານ ວົງສະຫັວນ ເທບພະຈັນ ຮອງເຈົ້າແຂວງຫຼວງພະບາງ ປະທານ ຄະນະກໍາມະການລະດັບທ້ອງຖິ່ນ ເພື່ອມໍລະດົກໂລກ ມີບັນດາທ່ານຜູ້ຕາງໜ້າຈາກສູນກາງ, ເຈົ້ານະຄອນຫຼວງພະບາງ, ເຈົ້າເມືອງປາກອູ-ເມືອງຈອມເພັດ, ຫົວໜ້າ ພະແນກການທີ່ກ່ຽວຂ້ອງອ້ອມຂ້າງແຂວງ ພ້ອມດ້ວຍຫົວໜ້າຂະແໜງການ, ວິຊາການ ຂອງຫ້ອງການມໍລະດົກໂລກ.
1. ເພຶ່ອລາຍງານການທັກທ້ວງຂອງສູນມໍລະດົກໂລກ ຕໍ່ກັບສະພາບການປົກປັກຮັກສາ ເມືອງມໍລະດົກໂລກ ຫຼວງພະບາງ;
2. ປຶກສາຫາລື ກ່ຽວກັບການສະເໜີຂອງສູນມໍລະດົກໂລກ ຕໍ່ຜົນກະທົບຈາກການກໍ່ສ້າງເຂື່ອນໄຟຟ້າແມ່ນໍ້າຂອງ ບ້ານຫ້ວຍຢໍ້ ເມືອງຈອມເພັດ ແຂວງຫຼວງພະບາງ;
ກອງປະຊຸມໄດ້ດໍາເນີນໄປຮອດເວລາ: 11:40 ນາທີ, ກໍ່ສິ້ນສຸດລົງ.

 

 

 

Read More

ໃນຕອນແລງຂອງວັນທີ່ 16 ທັນວາ (12) ປີ 2019 ເວລາ 14 ໂມງ 00 ນາທີ ທີ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການປົກຄອງແຂວງ ຫຼວງພະບາງ ໄດ້ຈັດພິທີ ປາຖະກະຖາ ສະເຫຼີມສະຫຼອງ ຫຼວງພະບາງເຂົ້າເປັນມໍລະດົກໂລກ ຄົບຮອບ 24 ປີ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດກຳມະການກົມການເມືອງສູນກາງພັກ, ອາດີດຮອງນາຍົກລັດຖະມົນຕີ, ອາດີດປະທານຄະນະກຳມະການ ລະດັບຊາດ ເພື່ອມໍລະດົກໂລກ ໃຫ້ກຽດເຂົ້າຮ່ວມໃນພິທີ ມີ ພະນະທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດກໍາມະການກົມການເມືອງສູນກາງພັກ, ອາດີດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີ ທ່ານ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຫຼວງພະບາງ, ມີບັນດາທ່ານຮອງເລຂາພັກແຂວງ, ຮອງເຈົ້າແຂວງ, ຄະນະປະຈຳພັກແຂວງ, ກໍາມະການພັກແຂວງ, ທ່ານເຈົ້ານະຄອນຫຼວງພະບາງ, ບັນດາທ່ານເຈົ້າເມືອງອ້ອມຂ້າງ, ບັນດາ​ທ່ານຫົວໜ້າ-ຮອງຫົວໜ້າ​ພະແນກການ, ອົງການທຽບເທົ່າ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕ່ຳຫຼວດ, ສະຖາບັນການສຶກສາ ແລະ ລັດວິສາຫະກິດ, ບັນດາສະມາຄົມຕ່າງໆ ຕະຫຼອດຮອດອຳນາດການປົກຄອງບ້ານ ພາຍໃນເຂດມໍລະດົກ ແລະ ເຂດອ້ອມຮອບ ກໍ່​ໄດ້​ໃຫ້​ກຽດ​ເຂົ້າ​ຮ່ວມ ກໍ່​ໄດ້​ໃຫ້​ກຽດ​ເຂົ້າ​ຮ່ວມຢ່າງພ້ອມພຽງ.

ຈຸດປະສົງໃນການຈັດໂຮມຊຸມນຸມມິດຕິ່ງໃນຄັງນີ້ ແມ່ນເພື່ອ:

ສະເຫຼີມສະຫຼອງ ຫຼວງພະບາງ ເຂົ້າເປັນເມືອງມໍລະດົກໂລກ ຄົບຮອບ 24 ປີ ( 09 ທັນວາ 1995 ຫາ 09 ທັນວາ 2019) ແລະ ພິທີປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ແກ່ ພະນະທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດກຳມະການກົມການເມືອງສູນກາງພັກ, ອາດີດຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ອາດີດປະທານຄະນະກຳມະການ ລະດັບຊາດ ເພື່ອມໍລະດົກໂລກໃນພິທີ ໄດ້ຮັບຟັງການໂອ້ລົມຈາກ ທ່ານ ປະທານ ກ່ຽວກັບຜົນສໍາເລັດຂອງການປົກປັກຮັກສາມໍລະດົກໂລກຕະຫຼອດ 24 ປີທີ່ພວກເຮົາຍາດມາໄດ້ນັ້ນ ສຸດທີ່ມີກຽດສະຫງ່າງາມ ມີຄວາມໝາຍຄວາມສໍາຄັນ ທາງປະຫວັດ ເປັນຜົນປະໂຫຍດອັນໃຫຍ່ຫຼວງແກ່ປະເທດຊາດ ແລະ ປະຊາຊົນຊາວຫຼວງພະບາງ; ຜົນງານອັນພົ້ນເດັ່ນທີ່ຍາດມາມາໄດ້ປະກອບມີ: ຜົນໄດ້ຮັບທາງດ້ານເສດຖະກິດ, ຜົນໄດ້ຮັບທາງດ້ານການເມືອງ, ຜົນໄດ້ຮັບທາງດ້ານການອະນຸລັກວັດທະນະທຳ, ຜົນໄດ້ຮັບທາງດ້ານການຮ່ວມມືສາກົນ. ຫຼັງຈາກນັ້ນ ທ່ານ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຫຼວງພະບາງ ກໍ່ໄດ້ຂຶ້ນ ປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ພະນະທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດກຳມະການກົມການເມືອງສູນກາງພັກ, ອາດີດຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ເຊິ່ງມີບັນຍາກາດອັນຝົດຝື້ນມ່ວນຊື່ນ ແລະ ຄວາມປິຕິຍິນດີຂອງປວງຊົນຊາວຫຼວງພະບາງ.

ໃນຕອນທ້າຍຂອງພິທີ ທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດກຳມະການກົມການເມືອງສູນກາງພັກ, ອາດີດຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ສະແດງຄວາມຂອບໃຈ, ຮູ້ບຸນຄຸນອັນລົ້ນເຫຼືອມາຍັງສູນກາງພັກ, ລັດຖະບານ, ອົງການຈັດຕັ້ງສາກົນຕະຫຼອດຮອດຄະນະພັກ, ອໍານາດການປົກຄອງທຸກຂັ້ນ, ປະຊາຊົນບັນດາເຜົ່າຊາວນະຄອນຫຼວງພະບາງທຸກຖ້ວນຫນ້າທີ່ໄດ້ທຸ້ມເທສະຕິປັນຍາ, ເຫື່ອແຮງ, ຊັບສົມບັດເຂົ້າໃນການປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກໂລກຫຼວງພະບາງໄດ້ຍືນຍົງຄົງຕົວຕະຫຼອດມາ; ກອງປະຊຸມໄດ້ດຳເນີນໄປຮອດເວລາ 15ໂມງ 30 ນາທີ ກໍ່ສິ້ນສຸດລົງ.

Read More
image-title

Knowledge exchange with the topic of “Laos heritage towards world heritage” was held between 26-28 October 2019 in Luang Prabang World Heritage City, Laos.

The delegation:

1- Vientiane capital (Heritage Department, Archeology, National museum)

2 – Champasak province (Wat Phou Heritage Office)

3 – Xiengkhuang Province (Department of Information Culture and Tourism)

4 – Luang Prabang (Luang Prabang World Heritage Office)

Read More
image-title

ໃນຕອນເຊົ້າຂອງວັນທີ 08 ສິງຫາ (08) 2019 ທີ່ຫ້ອງປະຊຸມຫ້ອງການມໍລະດົກໂລກ ຫຼວງພະບາງ ; ໄດ້ຈັດກອງປະຊຸມ ເຊື່ອມຊຶມ ແລະ ເຜີຍແຜ່ ເອກະສານທີ່ສຳຄັນຂອງຊາວໜຸ່ມປະຊາຊົນປະຕິວັດລາວ ໂດຍພາຍໃຕ້ການເປັນປະທານ ຂອງ ສະຫາຍ ສຸລິສັກ ສີຊະນະ ເລຂາໜ່ວຍຊາວໜຸ່ມ ຫ້ອງການມໍລະດົກໂລກ ຫຼວງພະບາງ ໃຫ້ກຽດເຂົ້າຮ່ວມພິທີ ມີບັນສະຫາຍຮອງເລຂາ ແລະ ຄະນະ; ຕະຫຼອດຮອດສຳມາຊິກຊາວໜຸ່ມ ພາຍໃນຫ້ອງການມໍລະດົກໂລກ ມີຈຳນວນ 19 ສະຫາຍ ຍີງ 6 ສະຫາຍ
ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ ກໍ່ແມ່ນເພື່ອໃຫ້ບັນດາສະຫາຍສໍາມາຊິກຊາວໜຸ່ມໄດ້ເຂົ້າໃຈກ່ຽວກັບພາລະບົດບາດ ແລະ ຄວາມສຳຄັນຂອງວຽກງານຊາວໜຸ່ມໃນປັດຈຸບັນ.
ເອກະສານທີ່ນຳມາເຊື່ອມຊຶມໃນຄັ້ງນີ້ປະກອບມີ:
– ເອກະສານເຊ່ືອມຊຶມ ມະຕິກອງປະຊຸມໃຫຍ່ຄົບຄະນະບໍລິຫານງານຊາວໜຸ່ມແຂວງຫຼວງພະບາງຄັ້ງທີ III ສະໄໝທີ່ VI.
– ເອກະສານລະບຽບຂອງຊາວໜຸ່ມ ປະຊາຊົນປະຕິວັດລາວ.
– ເອກະສານ ລະບຽບກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວແຂວງຫຼວງພະບາງ.
– ເອກະສານຂໍ້ແຂ່ງຂັນ ຮັກຊາດ ແລະ ພັດທະນາພາຍໃຕ້ຫົວຂໍ້: ປົກປັກຮັກສາ ແລະ ສົ່ງເສີມຂະຫຍາຍຄຸນຄ່າມໍລະດົກໂລກຫຼວງພະບາງ ໃຫ້ມີຄຸນຄ່າ ແລະ ຍືນຍົງຕະຫຼອດໄປ.
– ວຽກງານການສ້າງຂະບວນການ ຂອງໜ່ວຍຊາວໜຸ່ມຫ້ອງການມໍລະດົກໂລກ ໃນຕໍ່ໜ້າ.
– ຜ່ານວາລະການດຳເນີນກອງປະຊຸມພົບປະແລກປ່ຽນບົດຮຽນໂຄງການສົ່ງເສີມວິຊາການໜຸ່ມພາຍໃຕ້ຫົວຂໍ້: ມໍລະດົກລາວເພື່ອມໍລະດົກໂລກ.
ກອງປະຊຸມໄດ້ດຳເນີນໄປຮອດ 12 ໂມງ 00 ຈຶ່ງປິດລົງ.

Read More
Luang Prabang World Heritage Office