image-title

ໃນຕອນເຊົ້າຂອງວັນທີ 08 ສິງຫາ (08) 2019 ທີ່ຫ້ອງປະຊຸມຫ້ອງການມໍລະດົກໂລກ ຫຼວງພະບາງ ; ໄດ້ຈັດກອງປະຊຸມ ເຊື່ອມຊຶມ ແລະ ເຜີຍແຜ່ ເອກະສານທີ່ສຳຄັນຂອງຊາວໜຸ່ມປະຊາຊົນປະຕິວັດລາວ ໂດຍພາຍໃຕ້ການເປັນປະທານ ຂອງ ສະຫາຍ ສຸລິສັກ ສີຊະນະ ເລຂາໜ່ວຍຊາວໜຸ່ມ ຫ້ອງການມໍລະດົກໂລກ ຫຼວງພະບາງ ໃຫ້ກຽດເຂົ້າຮ່ວມພິທີ ມີບັນສະຫາຍຮອງເລຂາ ແລະ ຄະນະ; ຕະຫຼອດຮອດສຳມາຊິກຊາວໜຸ່ມ ພາຍໃນຫ້ອງການມໍລະດົກໂລກ ມີຈຳນວນ 19 ສະຫາຍ ຍີງ 6 ສະຫາຍ
ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ ກໍ່ແມ່ນເພື່ອໃຫ້ບັນດາສະຫາຍສໍາມາຊິກຊາວໜຸ່ມໄດ້ເຂົ້າໃຈກ່ຽວກັບພາລະບົດບາດ ແລະ ຄວາມສຳຄັນຂອງວຽກງານຊາວໜຸ່ມໃນປັດຈຸບັນ.
ເອກະສານທີ່ນຳມາເຊື່ອມຊຶມໃນຄັ້ງນີ້ປະກອບມີ:
– ເອກະສານເຊ່ືອມຊຶມ ມະຕິກອງປະຊຸມໃຫຍ່ຄົບຄະນະບໍລິຫານງານຊາວໜຸ່ມແຂວງຫຼວງພະບາງຄັ້ງທີ III ສະໄໝທີ່ VI.
– ເອກະສານລະບຽບຂອງຊາວໜຸ່ມ ປະຊາຊົນປະຕິວັດລາວ.
– ເອກະສານ ລະບຽບກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວແຂວງຫຼວງພະບາງ.
– ເອກະສານຂໍ້ແຂ່ງຂັນ ຮັກຊາດ ແລະ ພັດທະນາພາຍໃຕ້ຫົວຂໍ້: ປົກປັກຮັກສາ ແລະ ສົ່ງເສີມຂະຫຍາຍຄຸນຄ່າມໍລະດົກໂລກຫຼວງພະບາງ ໃຫ້ມີຄຸນຄ່າ ແລະ ຍືນຍົງຕະຫຼອດໄປ.
– ວຽກງານການສ້າງຂະບວນການ ຂອງໜ່ວຍຊາວໜຸ່ມຫ້ອງການມໍລະດົກໂລກ ໃນຕໍ່ໜ້າ.
– ຜ່ານວາລະການດຳເນີນກອງປະຊຸມພົບປະແລກປ່ຽນບົດຮຽນໂຄງການສົ່ງເສີມວິຊາການໜຸ່ມພາຍໃຕ້ຫົວຂໍ້: ມໍລະດົກລາວເພື່ອມໍລະດົກໂລກ.
ກອງປະຊຸມໄດ້ດຳເນີນໄປຮອດ 12 ໂມງ 00 ຈຶ່ງປິດລົງ.

Read More
Luang Prabang World Heritage Office